ການປັບໄຫມ

View in english version
  1. ມາດຕາ 1 (ການຫັກຄະແນນ)

    1. ລາຍລະອຽດການປັບໄຫມ ມີດັ່ງນີ້:

      1. ຮຽກເກັບເງິນເກີນ

        ຮຽກຮ້ອງລູກຄ້າຈ່າຍທິບ

        ຫັກ 1,000,000 ຄະແນນ

        ຮັບເງິນທິບ

        ຫັກ 100,000 ຄະແນນ

        ຮຽກຮ້ອງຄ່າບໍລິການເພີ່ມ

        ຫັກ 1,000,000 ຄະແນນ

        ຮັບເງິນຄ່າບໍລິການເພີ່ມ

        ຫັກ 1,000,000 ຄະແນນ

      2. ຄຸນນະພາບການບໍລິການ ແລະ ທັດສະນະຄະຕິ

        ບໍ່ທອນເງິນ

        ຫັກ 100,000 ຄະແນນ

        ນອນໃນລົດສາມລໍ້ໄຟຟ້າ ຕາມສະຖານທີ່ສາທາລະນະ

        ຫັກ 100,000 ຄະແນນ

        ຫລິ້ນມືຖື ລະຫວ່າງການຂົນສົ່ງ

        ຫັກ 100,000 ຄະແນນ

        ຂົນສົ່ງຜູ້ໂດຍສານ ເກີນຈໍານວນທີ່ກໍານົດ

        ຫັກ 100,000 ຄະແນນ

        ບໍ່ປະຕິບັດວຽກໃນຊົ່ວໂມງເຮັດວຽກຫລັກ

        ຫັກ 100,000 ຄະແນນ

        ຂັບລົດສາມລໍ້ໄຟຟ້າ ທີ່ບໍ່ກົງກັບລົງທະບຽນ KOKKOK Hero

        ຫັກ 100,000 ຄະແນນ

        ເມົາແລະຂັບ

        ຫັກສູງເຖິງ 10,000,000 ຄະແນນ

      3. ການບໍລິຫານຈັດການລົດ

        ເຮັດກະແຈເສຍ

        ຫັກ 100,000 ຄະແນນ

        ໃຊ້ກະແຈກ໋ອບປີ້/ສໍາຮອງ ທີ່ບໍ່ໄດ້ຮັບອະນຸຍາດ

        ຫັກ 100,000 ຄະແນນ

        ສູບຢາໃນລົດສາມລໍ້ໄຟຟ້າ

        ຫັກ 1,000,000 ຄະແນນ

        ເຈດຕະນາເຮັດເປ່ເພລົດສາມລໍ້ໄຟຟ້າ

        ຫັກສູງເຖິງ 2,000,000 ຄະແນນ

      4. ອື່ນໆ

        ໃຫ້ສິດການນໍາໃຊ້ລົດແກ່ບຸກຄົນອື່ນທີ່ບໍ່ໄດ້ຮັບອະນຸຍາດຈາກບໍລິສັດ

        ຫັກສູງເຖິງ 2,000,000 ຄະແນນ

        ຮ້ອງຂໍໃຫ້ລູກຄ້າຍົກເລີກການເດີນທາງ ເພື່ອຮັບຄ່າໂດຍສານໂດຍບໍ່ຕ້ອງຜ່ານແອັບ

        ຫັກ 1,000,000 ຄະແນນ

        ພາລູກຄ້າມາຍັງຈຸດບໍລິການປ່ຽນແບດເຕີລີ

        ຫັກ 100,000 ຄະແນນ

    2. ທຸກກໍລະນີທີ່ເກີດຂຶ້ນຕາມລະບຸຂ້າງເທິງ ຂໍ້① ຄະແນນຈະຖືກຫັກຈາກຄະແນນຂອງHERO ແລະ ອາດຈະຖືກຕັດຊໍ້າກັນ ຫລື ຫລາຍເທື່ອຫາກມີການລະເມີດ ຫລື ຝ່າຝືນ

    3. ບໍລິສັດຈະແຈ້ງທຸກຄັ້ງ ທີ່ຫັກຄະແນນຂອງHERO

    4. ການເຊື່ອມຕໍ່ລະບົບ KOKKOK Hero ອາດຈະຖືກຈໍາກັດຫາກກະທໍາໃນລາຍການຕໍ່ໄປນີ້. ຂໍ້ກໍານົດຕ່າງໆເຫລົ່ານີ້ຈະຖືກຫັກຕາມລະບຽບການປັບໄຫມ ຫລັງຈາກລະບົບຄະແນນໄດ້ຖືກຕັ້ງຄ່າ

      1. ຮຽກຮ້ອງລູກຄ້າຈ່າຍທິບ

      2. ຮຽກຮ້ອງຄ່າບໍລິການເພີ່ມ

      3. ຮ້ອງຂໍໃຫ້ລູກຄ້າຍົກເລີກການເດີນທາງ ເພື່ອຮັບຄ່າໂດຍສານໂດຍບໍ່ຕ້ອງຜ່ານແອັບ

      4. ໃຫ້ສິດການນໍາໃຊ້ລົດແກ່ບຸກຄົນອື່ນທີ່ບໍ່ໄດ້ຮັບອະນຸຍາດຈາກບໍລິສັດ

      5. ເມົາແລະຂັບ

  2. ມາດຕາ 2 (ການອຸທອນ)

    1. ຫາກມີຈຸດປະສົງຄັດຄ້ານການຫັກຄະແນນ, Hero ສາມາດຍື່ນຄໍາຮ້ອງອຸທອນມາຍັງບໍລິສັດ.

    2. ທຸກການຄັດຄ້ານຕໍ່ການຫັກຄະແນນ ແມ່ນຕ້ອງຍື່ນຄໍາຮ້ອງອຸທອນມາຍັງບໍລິສັດພາຍໃນ 03 ວັນ ຫລັງຈາກໄດ້ຮັບແຈ້ງການຫັກຄະແນນຈາກບໍລິສັດ.

    3. ທຸກຄັ້ງທີ່ຍື່ນຂໍຄັດຄ້ານໃນການຫັກຄະແນນ ຕ້ອງລະບຸເຫດຜົນ ພ້ອມຫລັກຖານເພື່ອການພິຈາລະນາ.

    4. ຫາກຄໍາອຸທອນໄດ້ຮັບການອະນຸມັດແລ້ວ ທາງບໍລິສັດຈະແຈ້ງຜົນໂດຍກົງໃຫ້Heroຮັບຊາບ.

    5. ທັງນີ້ຫາກການອຸທອນບໍ່ໄດ້ຮັບການເຫັນດີ, HERO ຈະບໍ່ສາມາດຍື່ນຄັດຄ້ານການຫັກຄະແນນໄດ້ຕື່ມອີກ.

  3. ອັບເດດລ່າສຸດ ວັນທີ 29ມີນາ2024