ສີ່ງຂອງຕ້ອງຫ້າມ

View in english version
    1. ບໍລິສັດ ສະຫງວນສິດໃນການບໍ່ຮັບສິນຄ້າ ຫລື ພັດສະດຸປະເພດຕ່າງໆດັ່ງລຸ່ມນີ້:

      1. ສິ່ງຂອງທີ່ເປັນອັນຕະລາຍ, ລະເບີດ, ໄວໄຟ ແລະ ສິນຄ້າທີ່ບໍ່ປອດໄພ (ລວມທັງສິນຄ້າໃໝ່ ແລະ ມືສອງ)

        • ແບັດເສີມ ຫລື ພາວເວີ້ແບງ;

        • ຫມໍ້ໄຟ;

        • ແກັສ;

        • ພຸໄຟ ຫລື ບັ້ງໄຟດອກ;

        • ນໍ້າມັນ;

      2. ເງິນສົດ, ບັດ, ແລະ ເອກະສານປະເພດໃກ້ຄຽງກັນ ຫລື ທຽບເທົ່າ

        • ບັດເຄຣດິດ;

        • ບັດເດບິດ;

        • ບັດເງິນສົດ;

        • ພັນທະບັດ;

        • ເຊັກເງິນສົດ ຫລື ບັດແທນເງິນສົດ;

        • ເອກະສານທຽບເທົ່າ.

      3. ສານພິດ ແລະ ວັດຖຸທີ່ຜິດກົດໝາຍ

        • ສານເຄມີເປັນພິດ;

        • ຢາເສບຕິດ;

        • ຢາສູບທຸກປະເພດ, ຢາສູບເອເລັກໂຕຣນິກ ແລະ ຜະລິດຕະພັນທີ່ກ່ຽວຂ້ອງ;

        • ສິນຄ້າຜິດກົດໝາຍ ຫຼື ຫ້າມໂດຍກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;

        • ອື່ນໆ.

      4. ສັດທີ່ມີຊີວິດ ແລະ ຊິ້ນສ່ວນ ຫລື ຊາກຊົບຂອງຮ່າງກາຍສັດ

        • ໝາ;

        • ແມວ;

        • ສັດປີກ;

        • ສັດລ້ຽງ;

        • ອື່ນໆ.

      5. ຊາກຂອງມະນຸດ ຫຼື ຊິ້ນສ່ວນຂອງຮ່າງກາຍມະນຸດ

        • ຊາກຂອງມະນຸດ ຫຼືສັດ, ພາກສ່ວນຂອງຮ່າງກາຍ ຫຼືອະໄວຍະວະຕ່າງໆ

      6. ວັດຖຸທີ່ມີຄ່າ

        • ຄໍາແທ່ງ;

        • ທອງ;

        • ສະແຕມພາສີ / ສະຕິກເກີ;

        • ໂລຫະພິເສດມູນຄ່າສູງ/ຫີນ;

        • ວັດຖຸສະສົມ ເຊັ່ນບູຮານວັດຖຸ ເຄື່ອງສິນລະປະ ຫລື ພາຍວາດທີ່ມີຄ່າ.

      7. ອາວຸດແທ້ ຫຼື ປອມ

        • ອາວຸດປືນ;

        • ຊີ້ນສ່ວນອຸປະກອນລະເບີດ ຫລື ປືນ;

        • ລະເບີດ;

        • ລູກປືນ.

      8. ສິ່ງລາມົກອານາຈານຕ່າງໆ

      9. ພັດສະດຸຕ້ອງໄດ້ຮັບໃບອະຍຸຍາດພິເສດສຳລັບການຂົນສົ່ງນຳເຂົ້າ ຫຼື ສົ່ງອອກ

      10. ພັດສະດຸທຸກລາຍການຕ້ອງມີມູນຄ່າບໍ່ເກີນ 1,500,000 ກີບ

    2. ສີ່ງຂອງຕໍ່ໄປນີ້ສາມາດຈັດສົ່ງໄດ້, ແຕ່ວ່າບໍ່ສາມາດຮຽກຮ້ອງຄ່າເສຍຫາຍໄດ້.

      1. ສິ່ງທີ່ແຕກຫັກງ່າຍ ໄດ້ຮັບຄວາມເສຍຫາຍງ່າຍ ສູນຫາຍງ່າຍ, ບໍ່ມີການຫຸ້ມຫໍ່ຢ່າງດີເຊິ່ງເຮັດໃຫ້ເກີດຄວາມ ເສຍຫາຍໄດ້ງ່າຍ ໃນລະຫວ່າງການຂົນສົ່ງ ຫລື ຕ້ອງການໃຫ້ມີການຈັດສົ່ງພິເສດ

      2. ເອກະສານ

        • ໜັງສືເດີນທາງ ຫຼື ເອກະສານທາງການຕ່າງໆ;

        • ເອກະສານສ່ວນບຸກຄົນທີ່ອອກໂດຍຫນ່ວຍງານລັດຖະບານ ເຊັ່ນ ບັດປະຈຳຕົວ ໃບຂັບຂີ່ເປັນຕົ້ນ;

        • ໃບຂັບຂີ່;

        • ເອກະສານທີ່ມີຂໍ້ມູນເປັນຄວາມລັບ.

      3. ພັດສະດຸທີ່ແຕກຫັກງ່າຍ

        • ພັດສະດຸທີ່ເຮັດມາຈາກແກ້ວເຊັ່ນ (ເບຍ, ວາຍ, ໂຖ ແລະ ອື່ນໆ);

        • ເຄື່ອງປັ້ນດິນເຜົາ;

        • ດອກໄມ້;

        • ຕົ້ນໄມ້;

        • ກ່ອງໂຟມ.

      4. ອາຫານ

        • ອາຫານຫວ່າງ, ຊັອກໂກແລັດ, ເຂົ້າຫນົມຕ່າງໆ

        • ຊີ້ນ;

        • ອາຫານທະເລ;

        • ກິມຈິ/ແຈ່ວ;

        • ນໍ້າກ້ອນ;

        • ອາຫານແຊ່ແຂງ;

        • ນົມ ແລະ ຜະລິດຕະພັນກ່ຽວກັບນົມ ແລະອື່ນໆທີ່ໃກ້ຄຽງ ຫລື ທຽບເທົ່າ;

        • ເຄັກ ແລະ ອາຫານຫວານ;

        • ໝາກໄມ້ ແລະ ຜັກ;

        • ໄຂ່.

      5. ເຄື່ອງໃຊ້ໄຟຟ້າມືສອງ

        • ຄອມພິວເຕີ / ໂນດບຸກ;

        • ໂທລະສັບ ຫລື ໂທລະສັບມືຖືທຸກປະເພດ;

        • ເຄື່ອງປຣິນເຕີ;

        • ເຄື່ອງແອ;

        • ຕູ້ເຢັນ/ຕູ້ແຊ່;

        • ເຕົາອົບ;

        • ເຄື່ອງຊັກຜ້າ;

        • ຕູ້ນໍ້າຮ້ອນນໍ້າເຢັນ.

    3. ບໍລິສັດມີສິດປະຕິເສດການຈັດສົ່ງ, ຖ້າຫາກສິ່ງຂອງ ຫລື ສິນຄ້າ ຫລື ພັດສະດຸ ຈັດສົ່ງ ຖືກລະບຸຢູ່ໃນລາຍການທີ່ລະບຸໃວ້ໃນຂໍ້ ① ຫຼື ② ຂ້າງເທິງ

    4. ຖ້າບໍລິສັດບໍ່ສາມາດຕິດຕໍ່ກັບລູກຄ້າ ຫລື ຜູ້ຮັບ ທີ່ຢູ່ປາຍທາງໄດ້, ທາງບໍລິສັດມີໜ້າທີ່ໃນການຈັດເກັບ ພາຍໃນ 5 ວັນລັດຖະການ ໂດຍທາງບໍລິສັດບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍຫຼືການສູນເສຍຂອງພັດສະດຸ ໃດໆທັງສິ້ນ

  1. ອັບເດດລ້າສຸດ: ວັນທີ 01 ເດືອນມີນາ, 2024