ການຄຸ້ມຄອງ

View in english version
  1. ພາກທີ 1. Move Service

    ມາດຕາ 1 (ປະກັນໄພ)

    1. ສໍາລັບຈຸດປະສົງຂອງການຊົດເຊີຍຄວາມເສຍຫາຍທີ່ເກີດຈາກອຸປະຕິເຫດໃນລະຫວ່າງການໃຊ້ Move servvice, ບໍລິສັດອາດຈະເຊັນ ສັນຍາກັບລູກຄ້າໃນຖານະຜູ້ເອົາປະກັນໄພ ແລະ ບໍລິສັດໃນຖານະຄູ່ສັນຍາ, ແລະ ລູກຄ້າຕົກລົງເຫັນດີກັບເລື່ອງນີ້.

    2. ລາຍລະອຽດຂອງສັນຍາຢູ່ພາຍໃຕ້ການຄວບຄຸມໂດຍນະໂຍບາຍການປະກັນໄພ, ແລະບັນຫາທີ່ບໍ່ໄດ້ລະບຸໃວ້ໃນເງື່ອນໄຂຂອງການປະກັນໄພນີ້ ຈະຖືກຄຸ້ມຄອງໂດຍບໍລິສັດປະກັນໄພ.

    3. ການໃຫ້ບໍລິການຂອງ Hero ທີ່ກ່ຽວຂ້ອງກັບລູກຄ້າແມ່ນໄດ້ຮັບການປະກັນດ້ວຍປະກັນໄພ, ແຕ່ຍັງຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍ ອື່ນໆ ທີ່ບໍ່ໄດ້ຮັບການຊົດເຊີຍຕາມນະໂຍບາຍປະກັນໄພ.

  2. ມາດຕາ 2 (ສີ່ງທີ່ຕ້ອງຫ້າມ ສຳລັບລູກຄ້າ)

    1. ເພື່ອຮັກສາລະບຽບການ ແລະ ມາດຕະຖານຄຸນນະພາບການບໍລິການຂອງ KOKKOK Move, ສິ່ງທີ່ລູກຄ້າຄວນເອົາໃຈໃສ່ ໃນຂໍ້ຫ້າມ ດັ່ງຕໍ່ນີ້:

      1. ການປະພຶດທີ່ບໍ່ເໝາະສົມຢູ່ໃນພະຫະນະ

        • ການສູບຢາ

        • ການດື່ມ

        • ການກິນ

        • ການຖິ້ມຂີ້ເຫຍື້ອທາງໃນແລະທາງນອກ ອອກຈາກຍານພາຫະນະ

      2. ການກະທຳທີ່ເປັນການລົບກວນການຂັບຂີ່ຂອງ Hero

        • ກີດຂວາງການເບິ່ງ

        • ການສຳພັດທາງດ້ານຮ່າງກາຍ

        • ການຄວບຄຸມອຸປະກອນການຂັບລົດໄດ້

      3. ການກະທຳທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ພາຫະນະ

        • ການທໍາລາຍພາຫານະ

        • ການຂູດ

        • ການນໍາໃຊ້ສານຫນຽວເຊັ່ນ: ກາວ

      4. ການຂົນສົ່ງພັດສະດຸ ຂະໜາດໃຫຍ່

        • ພັດສະດຸມີຂະໜາດເກີນຄວາມກວ້າງຂອງລົດ

        • ພັດສະດຸມີຂະໜາດທັງໝົດ (ກວ້າງ, ຍາວ, ສູງ) ເກີນ 158cm

      5. ການຄອບຄອງວັດຖຸທີ່ເປັນອັນຕະລາຍ

        • ອາວຸດປືນ, ມີດ ແລະ ອາວຸດອື່ນໆ

        • ວັດຖຸລະເບີດ ແລະ ໄວໄຟ

      6. ການເອົາສັດລ້ຽງມາຂື້ນລົດນຳ ໂດຍບໍ່ມີການບັນຈຸອຸປະກອນການຂົນສົ່ງສັດລ້ຽງຢ່າງຖືກຕ້ອງ

      7. ການກະທຳ ຫຼື ການເຄື່ອນໄຫວອື່ນໆ ທີ່ເປັນການລະເມີດກົດໝາຍຂອງ ສປປ ລາວ

  3. ມາດຕາ 3 (ສີ່ງທີ່ຕ້ອງຫ້າມສຳລັບ Hero)

    1. ລູກຄ້າສາມາດແຈ້ງໂດຍກົງ ຫາບໍລິສັດໄດ້ ຫາກພົບເຫັນການກະທໍາທີ່ບໍ່ເມຫາະສົມຂອງ Hero ດັ່ງຕໍ່ໄປນີ້:

      1. ການປະພຶດທີ່ບໍ່ເໝາະສົມຢູ່ໃນພະຫະນະ

        • ການສູບຢາ

        • ການດື່ມ

        • ການກິນ

        • ການຖິ້ມຂີ້ເຫຍື້ອທາງໃນແລະທາງນອກ ອອກຈາກຍານພາຫະນະ

      2. ການປະພືດທີ່ມີຜົນກະທົບຕໍ່ຄວາມປອດໄພຂອງລູກຄ້າ

        • ການນຳໃຊ້ໂທລະສັບໃນຂະນະທີ່ຂັບລົດ

        • ເມົາແລ້ວຂັບ

        • ເກີນຂອບເຂດກໍານົດຄວາມໄວທີ່ໄດ້ກໍານົດໄວ້ໂດຍບໍລິສັດ ແລະ ກົດໝາຍຂອງ ສປປ ລາວ

        • ການລະເມີດໄຟຈາລະຈອນ

      3. ການກະທຳທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ພາຫະນະ

        • ການທໍາລາຍພາຫານະ

        • ການຂູດ

        • ການນໍາໃຊ້ສານຫນຽວເຊັ່ນ: ກາວ

      4. ການຂໍເງິນທິບ

      5. ການຮຽກຮ້ອງເງິນເພີ່ມເຕີມ ຈາກມູນຄ່າທີ່ສະແດງຢູ່ໃນຈໍ KOKKOK Move

      6. ການປະຕິເສດຈ່າຍເງິນທອນລູກຄ້າຕາມຈໍານວນທີ່ຖືກຕ້ອງແລະເຫມາະສົມ

      7. ການຂັບຂີ່ພາຫະນະທີ່ແຕກຕ່າງຈາກການລະບຸປ້າຍລົດໃນ KOKKOK Move

      8. ອະນຸຍາດໃຫ້ບຸກຄົນອື່ນທີບໍ່ແມ່ນ Hero ທີ່ສະແດງຢູ່ແອັບ KOKKOK Move ຂັບແທນ

      9. ການກະທຳ ຫຼື ການເຄື່ອນໄຫວອື່ນໆ ທີ່ເປັນການລະເມີດກົດໝາຍຂອງ ສປປ ລາວ

  4. ພາກທີ 2. KOKKOK Service

    ມາດຕາ 1 (ພັນທະຂອງລູກຄ້າຕໍ່ຄວາມເສຍຫາຍ)

    1. ລູກຄ້າມີພັນທະທີ່ຈະພິສູດມູນຄ່າຂອງສິນຄ້າ. ສາມາດສະຫນອງຫຼັກຖານໂດຍຜ່ານ:

      1. ການສົ່ງໃບຮັບເງິນທີ່ອອກໃນເວລາຊື້ສິນຄ້າ.

      2. ການສົ່ງໃບແຈ້ງໜີ້ທີ່ອອກຈາກຜູ້ຂາຍ.

      3. ການສົ່ງໃບປະເມີນ ຫຼື ໃບສະເໜີລາຄາທີ່ກະກຽມໂດຍຜູ້ຊ່ຽວຊານ.

      4. ການສົ່ງເອກະສານອື່ນໆທີ່ສາມາດພິສູດມູນຄ່າຂອງສິນຄ້າ.

    2. ໃນກໍລະນີລູກຄ້າບໍ່ໄດ້ປະຕິບັດພັນທະຕາມຂໍ້ທໍາອິດໃນຂໍ້ 1, ອາດມີຂໍ້ຈໍາກັດໃນການຊົດເຊີຍ.

  5. ມາດຕາ 2 (ມາດຖານການຊົດເຊີຍຄວາມເສຍຫາຍ)

    1. ມູນຄ່າການຊົດເຊີຍຄວາມເສຍຫາຍຈະຖືກກໍານົດດັ່ງນີ້:

      1. ຄວາມເສຍຫາຍທັງໝົດ ຫຼື ບາງສ່ວນ: ມູນຄ່າທີ່ບັນທືກໃວ້ຂອງສິນຄ້າທີ່ລູກຄ້າສະໜອງໃຫ້..

      2. ຄວາມເສຍຫາຍທີ່ສາມາດສ້ອມແປງໄດ້: ຄ່າສ້ອມແປງຕົວຈິງ (ຄ່າໃຊ້ຈ່າຍຫຼັງຈາກການບໍລິການ).

      3. ຄວາມເສຍຫາຍທີ່ບໍ່ສາມາດແກ້ໄຂໄດ້: ຄືກັນກັບຫົວຂໍ້ a) ຂ້າງເທິງ.

    2. ຢ່າງໃດກໍຕາມ, Hero ຈະບໍ່ຮັບຜິດຊອບຕໍ່ການຮຽກຮ້ອງໃນກໍລະນີດັ່ງນີ້:

      1. ການຫຸ້ມຫໍ່ທີ່ບໍ່ເໝາະສົມທີ່ເກີດຈາກລູກຄ້າ..

      2. ລູກຄ້າພະຍາຍາມສົ່ງສິນຄ້າທີ່ຕ້ອງຫ້າມ / ຈໍາກັດຕໍ່ກັບຄໍາແນະນໍາທີ່ Hero ສະຫນອງໃຫ້.

  6. ມາດຕາ 3 (ໄລຍະເວລາການຊົດເຊີຍຄວາມເສຍຫາຍ)

    1. Hero ຈະຊົດເຊີຍລູກຄ້າພາຍໃນ 14 ວັນ ນັບຈາກວັນທີທີ່ລູກຄ້າສົ່ງເອກະສານທີ່ຕ້ອງການພາຍໃຕ້ມາດຕາ 1. ຢ່າງໃດກໍຕາມ, ສີ່ງນີ້ຈະມີຜົນສະເພາະໃນກໍລະນີທີ່ເອກະສານປະກອບເປັນສະບັບແທ້ເທົ່ານັ້ນ.

    2. ຢ່າງໃດກໍຕາມ, ໄລຍະເວລານີ້ອາດຈະຖືກຂະຫຍາຍອອກໄປໃນກໍລະນີດັ່ງຕໍ່ໄປນີ້:

      1. ການສືບສວນທີ່ຈຳເປັນສຳລັບພືດຕິກຳຂອງເຫດການ.

      2. ການຊັກຊ້າໃນການກໍານົດຈໍານວນຄວາມເສຍຫາຍ.

  7. ອັບເດດລ່າສຸດ: ວັນທີ 25 ເມສາ 2024