ປະກັນໄພ

    1. ເພື່ອການຂົນສົ່ງທີ່ປອດໄພ, ສະນັ້ນ. ບໍລິສັດ ຈຶ່ງສະໜອງປະກັນໄພສິນຄ້າໃຫ້ກັບລູກຄ້າ ເພື່ອຮັບປະກັນໃຫ້ສິນຄ້າມີຄວາມປອດໄພຈາກຄວາມເສຍຫາຍຕ່າງໆໃນໄລຍະການຂົນສົ່ງ.

    2. ລາຄາປະກັນໄພ:

      1. 06:00 - 20:59 : 1,000 ກີບ

      2. 21:00 ~ 05:59(ຂອງມື້ຕໍ່ໄປ) : 2,000 ກີບ

    3. ບໍລິສັດ ມີສິດບໍ່ຮັບເຄື່ອງປະເພດເຫຼົ່ານີ້.

      1. ສິ່ງຂອງທີ່ເປັນອັນຕະລາຍ, ລະເບີດ, ໄວໄຟ ແລະ ສິນຄ້າທີ່ບໍ່ປອດໄພ

        • ແບັດເສີມ ຫລື ພາວເວີ້ແບງ;

        • ແກັສ;

        • ພຸໄຟ

        • ນໍ້າມັນ;

      2. ເງິນສົດ, ບັດ, ແລະ ເອກະສານປະເພດໃກ້ຄຽງກັນ ຫລື ທຽບເທົ່າ

        • ບັດເຄຣດິດ;

        • ບັດເດບິດ;

        • ບັດເງິນສົດ;

        • ພັນທະບັດ;

        • ເຊັກເງິນສົດ ຫລື ບັດແທນເງິນສົດ;

        • ເອກະສານທຽບເທົ່າ.

      3. ສານພິດ ແລະ ວັດຖຸທີ່ຜິດກົດໝາຍ

        • ສານເຄມີເປັນພິດ;

        • ຢາເສບຕິດ;

        • ອື່ນໆ.

      4. ສັດທີ່ມີຊີວິດ ແລະ ຊິ້ນສ່ວນ ຫລື ຊາກຊົບຂອງຮ່າງກາຍສັດ

        • ໝາ;

        • ແມວ;

        • ອື່ນໆ.

      5. ຊາກຂອງມະນຸດ ຫຼື ຊິ້ນສ່ວນຂອງຮ່າງກາຍມະນຸດ

      6. ວັດຖຸທີ່ມີຄ່າ

        • ຄໍາແທ່ງ;

        • ທອງ;

        • ສະແຕມພາສີ / ສະຕິກເກີ;

        • ໂລຫະພິເສດມູນຄ່າສູງ/ຫີນ;

      7. ອາວຸດແທ້ ຫຼື ປອມ

        • ອາວຸດປືນ;

        • ຊີ້ນສ່ວນອຸປະກອນລະເບີດ ຫລື ປືນ;

        • ລະເບີດ;

        • ລູກປືນ.

      8. ສິ່ງລາມົກອານາຈານຕ່າງໆ

      9. ສໍາລັບວັດຖຸທີ່ບໍ່ລວມຢູ່ໃນຂໍ້ a) – h) ທາງບໍລິສັດຈະກໍານົດເອງກ່ຽວກັບການດໍາເນີນການຂົນສົ່ງ.

    4. ໃນ​ກໍ​ລະ​ນີ​ຂອງ​ລາຍ​ການ​ທີ່​ບໍ່​ສາ​ມາດ​ສົ່ງ​ໄດ້​ລະ​ບຸ​ໄວ້​ໃນ ③ ບໍ​ລິ​ສັດ​ອາດ​ຈະ​ດໍາ​ເນີນ​ການ​ດໍາ​ເນີນ​ການ​ທາງ​ກົດ​ໝາຍ​ກັບ​ຜູ້​ຮ້ອງ​ຂໍ​ການ​ຂົນ​ສົ່ງ​.

    5. ສິນຄ້າຕໍ່ໄປນີ້ຮັບຈັດສົ່ງ ແຕ່ປະກັນໄພຈະບໍ່ຄຸ້ມຄອງ.

      1. ສິ່ງທີ່ແຕກຫັກງ່າຍ​ໃຫ້​ມີ​ການ​ຈັດ​ສົ່ງ​ພິ​ເສດເຊັ່ນ

      2. ເອກະສານ

        • ໜັງສືເດີນທາງ ຫຼື ເອກະສານທາງການຕ່າງໆ;

      3. ພັດສະດຸທີ່ແຕກຫັກງ່າຍ

        • ພັດສະດຸທີ່ເຮັດມາຈາກແກ້ວເຊັ່ນ (ເບຍ, ວາຍ, ໂຖ ແລະ ອື່ນໆ);

        • ເຄື່ອງປັ້ນດິນເຜົາ;

        • ດອກໄມ້;

      4. ອາຫານ

        • ຊີ້ນ;

        • ອາຫານທະເລ;

        • ກິມຈິ/ແຈ່ວ

        • ນໍ້າກ້ອນ;

        • ອາຫານແຊ່ແຂງ;

        • ນົມ ແລະ ຜະລິດຕະພັນກ່ຽວກັບນົມ ແລະອື່ນໆທີ່ໃກ້ຄຽງ ຫລື ທຽບເທົ່າ;

        • ເຄັກ ແລະ ອາຫານຫວານ;

        • ໝາກໄມ້ ແລະ ຜັກ;

        • ໄຂ່.

      5. ເຄື່ອງໃຊ້ໄຟຟ້າເຊັ່ນ

        • ຄອມພິວເຕີ / ໂນດບຸກ;

        • ໂທລະສັບ ຫລື ໂທລະສັບມືຖືທຸກປະເພດ;

        • ເຄື່ອງປຣິນເຕີ;

        • ເຄື່ອງແອ;

        • ຕູ້ເຢັນ/ຕູ້ແຊ່;

        • ເຕົາອົບ;

        • ເຄື່ອງຊັກຜ້າ;

        • ຕູ້ນໍ້າຮ້ອນນໍ້າເຢັນ.

    6. ບໍລິສັດຈະຈ່າຍຄ່າຊົດເຊີຍໃຫ້ 20% ຂອງມູນຄ່າ ຄວາມເສຍຫາຍທີ່ເກີດຈາກການຂົນສົ່ງ ແຕ່ໃນວົງເງີນບໍ່ເກີນ 700,000 ກີບ.

    7. ໃນກໍລະນີຫາກຕ້ອງການຕ້ອງການຄຸ້ມຄອງສິນຄ້າໃນມູນຄ້າເກີນ 700,000 ກີບ ຈໍາຕ້ອງໄດ້ຕິດຕໍ່ຫາປະກັນໄພດ້ວຍຕົວເອງໂດຍກົງ.

    8. ປະກັນໄປແມ່ນຄຸ້ມຄອງໃນຊ່ວງການຈັດສົ່ງເທົ່ານັ້ນ.

    9. ປະກັນໄພຈະບໍ່ຄຸ້ມຄອງໃນກໍລະນີເຄື່ອງຖືກເກັບໄວ້ ບໍລິສັດ ລາວສະມາດ ໂມບີລີຕີ ເນື່ອງຈາກປາຍທາງບໍ່ໄດ້ຮັບເຄື່ອງ ຫຼື ບໍສາມາດຕິດຕໍ່ໄດ້.

    ຄວາມຮັບຜິດຊອບຕໍ່ການສູນເສຍ ແລະ ເສຍຫາຍ

    1. ຂັ້ນຕອນຂອງການເອີ້ນຄ່າຊົດເຊີຍຈາກການເສຍຫາຍຂອງສິນຄ້າ ແລະ ການສູນເສຍດັ່ງນີ້.

      1. ຜູ້ສົ່ງສິນຄ້າຕ້ອງແຈ້ງໃຫ້ການຮຽກຮ້ອງຄ່າຊົດເຊີຍຄວາມເສຍຫາຍ/ການສູນເສຍພາຍໃນ 3 ມື້ຫຼັງຈາກສໍາເລັດການຈັດສົ່ງສິນຄ້າ ຫຼື ລາຍການ. ຖ້າການຮຽກຮ້ອງຖືກເຮັດຫຼັງຈາກໄລຍະເວລາຂ້າງເທິງ, ບໍລິສັດ ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍ / ການສູນເສຍດັ່ງກ່າວ.

      2. ການປະເມີນຄວາມເສຍຫາຍຈະຕ້ອງສອດຄ່ອງກັບຄວາມຮັບຜິດຊອບທີ່ໄດ້ລະບຸໄວ້ໃນໃນລາຍການສິນຄ້າຂອງປະກັນໄພສະບັບນີ້.

      3. ທຸກໆການຮ້ອງຂໍຈະຕ້ອງຖືກສົ່ງໄປທີ່ +856 20 55 355 159 ທາງວອດແອັບເຊິ່ງຕ້ອງປະກອບດ້ວຍຂໍ້ມູນຕໍ່ໄປນີ້.

        • ໝາຍເລກການຈັດສົ່ງ

        • ລາຍລະອຽດຕິດຕໍ່ຂອງຜູ້ສົ່ງ/ຜູ້ຮັບ

        • ຫຼັກຖານການຊໍາລະເງິນ ຫຼື ໃບຮັບເງິນ

        • ຮູບພາບຂອງວັດສະດຸທີ່ເສຍຫາຍ

        • ມູນຄ່າສິນຄ້າ

        • ສຳເນົາບັນຊີທະນາຄານທີ່ຄ່າຊົດເຊີຍຈະຖືກໂອນ.

      4. ການປະເມີນຄວາມເສຍຫາຍຂອງແຕ່ລະກໍລະນີຈະສໍາເລັດພາຍໃນ 7 ວັນ (ວັນລັດຖະການນັບຈາກວັນທີໄດ້ຮັບການຮ້ອງຂໍ).

    ບໍ່ຮັບຜິດຊອບຕໍ່ການສູນເສຍ / ຄວາມເສຍຫາຍ

    1. ບໍ​ລິ​ສັດ​ບໍ່​ຮັບ​ຜິດ​ຊອບ ​ແລະ ​ຈະ​ບໍ່​ຮັບ​ຜິດ​ຊອບ​ສໍາ​ລັບ​ການ​ເສຍ​ຫາຍ / ການ​ສູນ​ເສຍ​ດັ່ງ​ຕໍ່​ໄປ​ນີ້.

      1. ສູນເສຍ/ເສຍຫາຍໃນການຂົນສົ່ງ ຫຼື ບໍ່ໄດ້ຮັບການຂົນສົ່ງດ້ວຍເຫດຜົນຂໍ້ມູນຂອງລາຍການຈັດສົ່ງທີ່ລະບຸລົງ ໃນແອັບຂົນສົ່ງບໍ່ຖືກຕ້ອງຈາກຜູ້ໃຊ້ບໍລິການ ກ໊ອກກ໊ອກ;

      2. ລາຍລະອຽດການຈັດສົ່ງ ທີ່ບໍ່ຖືກຕ້ອງ (ເຊັ່ນ: ຊື່ຜູ້ຮັບ, ລາຍລະອຽດການຕິດຕໍ່ ແລະ ທີ່ຢູ່ການຈັດສົ່ງ) ໂດຍການໃຫ້ຂໍ້ມູນຂອງຜູ້ໃຊ້ບໍລິການ ກ໊ອກກ໊ອກ ຢູ່ໃນແອັບ;

      3. ເຫດຜົນເກີນການຄວບຄຸມຂອງພວກເຮົາເຊັ່ນ: (ຄວາມເສຍຫາຍຍ້ອນໄພພິບັດທໍາມະຊາດ ແລະ ອື່ນໆ)

      4. ລາຍການ/ຊັບສິນທີ່ເສຍຫາຍແລ້ວ/ຜິດປົກກະຕິ/ມີການປ່ຽນແປງກ່ອນທີ່ຈະເລີ່ມຕົ້ນການຂົນສົ່ງ

      5. ສິນຄ້າເສຍທີ່ເກັບໄວ້ໃນບໍລິສັດເກີນກໍານົດທີ່ບໍລິສັດກໍານົດໄວ້

      6. ລາຍການຈະຖືກຍົກເລີກຫຼັງຈາກເກັບຮັກສາຫຼາຍກວ່າ 5 (ວັນລັດຖະການ).

  1. ປັບປຸງຫຼ້າສຸດ: 25 ຕຸລາ 2023