ການຄຸ້ມຄອງ

View in english version
  1. ພາກທີ 1. Move Service

    ມາດຕາ 1 (ປະກັນໄພ)

    1. ເພື່ອຫຼຸດຜ່ອນຄວາມເສຍຫາຍຈາກອຸບັດຕິເຫດທີ່ເກີດຂຶ້ນ ລະຫວ່າງການເດີນທາງ ຫລື ຂົນສົ່ງ, HERO ຕົກລົງປະຕິບັດຕາມເງື່ອນໄຂແລະຂໍ້ກໍານົດຂອງສັນຍາປະກັນໄພທີ່ທາງບໍລິສັດLSMໄດ້ເຊັນໄວ້ກັບບໍລິສັດປະກັນໄພ.

    2. ລາຍລະອຽດຂອງສັນຍາແມ່ນຄຸ້ມຄອງຕາມນະໂຍບາຍປະກັນໄພ, ເງື່ອນໄຂ ແລະ ຂໍ້ກໍານົດຂອງບໍລິສັດປະກັນໄພ, ໂດຍຂໍ້ກໍານົດຕ່າງໆເຫລົ່ານີ້ ທີ່ລະບຸໃນສັນຍາປະກັນໄພແມ່ນຈະຖືກຄຸ້ມຄອງໂດຍບໍລິສັດປະກັນໄພ.

    3. Hero ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທັງຫມົດທີ່ເກີດຂຶ້ນ ຕໍ່ທຸກລາຍການທີ່ບໍ່ໄດ້ລະບຸໃນນະໂຍບາຍປະກັນໄພ ທີ່ຄຸ້ມຄອງໂດຍບໍລິສັດປະກັນໄພ.

  2. ມາດຕາ 2 (ສີ່ງທີ່ຕ້ອງຫ້າມສຳລັບ Hero)

    1. ເພື່ອຫຼີກລ້ຽງຂໍ້ພິພາດ ກ່ຽວກັບຄຸນນະພາບການບໍລິການ ຕາມຄວາມຄາດຫວັງຂອງລູກຄ້າ ຂໍໃຫ້ Hero ປະຕິບັດຂໍ້ຫ້າມດັ່ງລຸ່ມນີ້:

      1. ການປະພຶດທີ່ບໍ່ເໝາະສົມຢູ່ໃນພະຫະນະ

        • ການສູບຢາ

        • ການດື່ມ

        • ການກິນ

        • ການຖິ້ມຂີ້ເຫຍື້ອທາງໃນແລະທາງນອກ ອອກຈາກຍານພາຫະນະ

      2. ການປະພືດທີ່ມີຜົນກະທົບຕໍ່ຄວາມປອດໄພຂອງລູກຄ້າ

        • ການນຳໃຊ້ໂທລະສັບໃນຂະນະທີ່ຂັບລົດ

        • ເມົາແລ້ວຂັບ

        • ການໃຊ້ຄວາມໄວເກີນຂອບເຂດ

        • ການລະເມີດໄຟຈາລະຈອນ

      3. ການກະທຳທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ພາຫະນະ

        • ການທໍາລາຍພາຫານະ

        • ການຂູດ

        • ການນໍາໃຊ້ສານຫນຽວເຊັ່ນ: ກາວ

      4. ການຂໍເງິນທິບ

      5. ການຮຽກຮ້ອງເງິນເພີ່ມເຕີມຈາກມູນຄ່າທີ່ສະແດງຢູ່ໃນຈໍ KOKKOK Hero

      6. ກໍລະນີມີການເກັບເງິນສົດ ທາງHeroຕ້ອງມີການສຳຮອງເງິນທອນໃຫ້ກັບລູກຄ້າ

      7. ການຂັບຂີ່ພາຫະນະທີ່ແຕກຕ່າງຈາກການລະບຸປ້າຍລົດໃນ KOKKOK Hero

      8. ອະນຸຍາດໃຫ້ບຸກຄົນອື່ນທີບໍ່ແມ່ນ Hero ທີ່ສະແດງຢູ່ແອັບ KOKKOK Hero ຂັບແທນ

      9. ການກະທຳ ຫຼື ການເຄື່ອນໄຫວອື່ນໆ ທີ່ເປັນການລະເມີດກົດໝາຍຂອງ ສປປ ລາວ

  3. ມາດຕາ 3 (ສີ່ງທີ່ຕ້ອງຫ້າມ ສຳລັບລູກຄ້າ)

    1. Hero ມີສິດໃນການປ້ອງກັນຕົນເອງ ຫລື ປະຕິເສດການບໍລິການ ຫາກລູກຄ້າມີພຶດຕິກຳທີ່ບໍ່ເຫມາະສົມດັ່ງຕໍ່ໄປນີ້:

      1. ການປະພຶດທີ່ບໍ່ເໝາະສົມຢູ່ໃນພະຫະນະ

        • ການສູບຢາ

        • ການດື່ມ

        • ການກິນ

        • ການຖິ້ມຂີ້ເຫຍື້ອທາງໃນແລະທາງນອກ ອອກຈາກຍານພາຫະນະ

      2. ການກະທຳທີ່ເປັນການລົບກວນການຂັບຂີ່ຂອງ Hero

        • ກີດຂວາງການເບິ່ງ

        • ການສຳພັດທາງດ້ານຮ່າງກາຍ

        • ການຄວບຄຸມອຸປະກອນການຂັບລົດໄດ້

      3. ການກະທຳທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ພາຫະນະ

        • ການທໍາລາຍພາຫານະ

        • ການຂູດ

        • ການນໍາໃຊ້ສານຫນຽວເຊັ່ນ: ກາວ

      4. ການຂົນສົ່ງພັດສະດຸ ຂະໜາດໃຫຍ່

        • ພັດສະດຸມີຂະໜາດເກີນຄວາມກວ້າງຂອງລົດ

        • ພັດສະດຸມີຂະໜາດທັງໝົດ (ກວ້າງ, ຍາວ, ສູງ) ເກີນ 158cm

      5. ການຄອບຄອງວັດຖຸທີ່ເປັນອັນຕະລາຍ

        • ອາວຸດປືນ, ມີດ ແລະ ອາວຸດອື່ນໆ

        • ວັດຖຸລະເບີດ ແລະ ໄວໄຟ

      6. ການເອົາສັດລ້ຽງມາຂື້ນລົດນຳ ໂດຍບໍ່ມີການບັນຈຸອຸປະກອນການຂົນສົ່ງສັດລ້ຽງຢ່າງຖືກຕ້ອງ

      7. ການກະທຳ ຫຼື ການເຄື່ອນໄຫວອື່ນໆ ທີ່ເປັນການລະເມີດກົດໝາຍຂອງ ສປປ ລາວ

  4. ພາກທີ 2. KOKKOK Service

    ມາດຕາ 1 (ຂໍ້ຈຳກັດ)

    1. Hero ມີສິດປະຕິເສດການຈັດສົ່ງລາຍການຕໍ່ໄປນີ້:

      1. ສິ່ງຂອງທີ່ເປັນອັນຕະລາຍ, ລະເບີດ, ໄວໄຟ ແລະ ສິນຄ້າທີ່ບໍ່ປອດໄພ (ລວມທັງສິນຄ້າໃໝ່ ແລະ ມືສອງ)

        • ແບັດເສີມ ຫລື ພາວເວີ້ແບງ;

        • ຫມໍ້ໄຟ;

        • ແກັສ;

        • ພຸໄຟ ຫລື ບັ້ງໄຟດອກ;

        • ນໍ້າມັນ;

        • ແລະອື່ນໆ ທີ່ເປັນປະເພດໃກ້ຄຽງກັນ ຫລື ທຽບເທົ່າ.

      2. ເງິນສົດ, ບັດ, ແລະ ເອກະສານປະເພດໃກ້ຄຽງກັນ ຫລື ທຽບເທົ່າ

        • ບັດເຄຣດິດ;

        • ບັດເດບິດ;

        • ບັດເງິນສົດ;

        • ພັນທະບັດ;

        • ເຊັກເງິນສົດ ຫລື ບັດແທນເງິນສົດ;

        • ເອກະສານທຽບເທົ່າ.

      3. ສານພິດ ແລະ ວັດຖຸທີ່ຜິດກົດໝາຍ

        • ສານເຄມີເປັນພິດ;

        • ຢາເສບຕິດ;

        • ຢາສູບທຸກປະເພດ, ຢາສູບເອເລັກໂຕຣນິກ ແລະ ຜະລິດຕະພັນທີ່ກ່ຽວຂ້ອງ;

        • ສິນຄ້າຜິດກົດໝາຍ ຫຼື ຫ້າມໂດຍກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;

        • ອື່ນໆ.

      4. ສັດທີ່ມີຊີວິດ ແລະ ຊິ້ນສ່ວນ ຫລື ຊາກຊົບຂອງຮ່າງກາຍສັດ

        • ໝາ;

        • ແມວ;

        • ສັດປີກ;

        • ສັດລ້ຽງ;

        • ອື່ນໆ.

      5. ຊາກຂອງມະນຸດ ຫຼື ຊິ້ນສ່ວນຂອງຮ່າງກາຍມະນຸດ

        • ຊາກຂອງມະນຸດ ຫຼືສັດ, ພາກສ່ວນຂອງຮ່າງກາຍ ຫຼືອະໄວຍະວະຕ່າງໆ

      6. ວັດຖຸທີ່ມີຄ່າ

        • ຄໍາແທ່ງ;

        • ທອງ;

        • ສະແຕມພາສີ / ສະຕິກເກີ;

        • ໂລຫະພິເສດມູນຄ່າສູງ/ຫີນ;

        • ວັດຖຸສະສົມ ເຊັ່ນບູຮານວັດຖຸ ເຄື່ອງສິນລະປະ ຫລື ພາຍວາດທີ່ມີຄ່າ.

      7. ອາວຸດແທ້ ຫຼື ປອມ

        • ອາວຸດປືນ;

        • ຊີ້ນສ່ວນອຸປະກອນລະເບີດ ຫລື ປືນ;

        • ລະເບີດ;

        • ລູກປືນ.

      8. ສິ່ງລາມົກອານາຈານຕ່າງໆ

      9. ພັດສະດຸຕ້ອງໄດ້ຮັບໃບອະຍຸຍາດພິເສດສຳລັບການຂົນສົ່ງນຳເຂົ້າ ຫຼື ສົ່ງອອກ

      10. ພັດສະດຸທຸກລາຍການຕ້ອງມີມູນຄ່າບໍ່ເກີນ 1,500,000 ກີບ

    2. ລາຍການຕໍ່ໄປນີ້ສາມາດສົ່ງໄດ້, ແຕ່ Hero ບໍ່ມີພັນທະທີ່ຈະຊົດເຊີຍຄວາມເສຍຫາຍ.

      1. ສິ່ງທີ່ແຕກຫັກງ່າຍ ໄດ້ຮັບຄວາມເສຍຫາຍງ່າຍ ສູນຫາຍງ່າຍ, ບໍ່ມີການຫຸ້ມຫໍ່ຢ່າງດີເຊິ່ງເຮັດໃຫ້ເກີດຄວາມ ເສຍຫາຍໄດ້ງ່າຍ ໃນລະຫວ່າງການຂົນສົ່ງ ຫລື ຕ້ອງການໃຫ້ມີການຈັດສົ່ງພິເສດ

      2. ເອກະສານ

        • ໜັງສືເດີນທາງ ຫຼື ເອກະສານທາງການຕ່າງໆ;

        • ເອກະສານສ່ວນບຸກຄົນທີ່ອອກໂດຍຫນ່ວຍງານລັດຖະບານ ເຊັ່ນ ບັດປະຈຳຕົວ ໃບຂັບຂີ່ເປັນຕົ້ນ;

        • ໃບຂັບຂີ່;

        • ເອກະສານທີ່ມີຂໍ້ມູນເປັນຄວາມລັບ.

      3. ພັດສະດຸທີ່ແຕກຫັກງ່າຍ

        • ພັດສະດຸທີ່ເຮັດມາຈາກແກ້ວເຊັ່ນ (ເບຍ, ວາຍ, ໂຖ ແລະ ອື່ນໆ);

        • ເຄື່ອງປັ້ນດິນເຜົາ;

        • ດອກໄມ້;

        • ຕົ້ນໄມ້;

        • ກ່ອງໂຟມ.

      4. ອາຫານ

        • ອາຫານຫວ່າງ, ຊັອກໂກແລັດ, ເຂົ້າຫນົມຕ່າງໆ

        • ຊີ້ນ;

        • ອາຫານທະເລ;

        • ກິມຈິ/ແຈ່ວ;

        • ນໍ້າກ້ອນ;

        • ອາຫານແຊ່ແຂງ;

        • ນົມ ແລະ ຜະລິດຕະພັນກ່ຽວກັບນົມ ແລະອື່ນໆທີ່ໃກ້ຄຽງ ຫລື ທຽບເທົ່າ;

        • ເຄັກ ແລະ ອາຫານຫວານ;

        • ໝາກໄມ້ ແລະ ຜັກ;

        • ໄຂ່.

      5. ເຄື່ອງໃຊ້ໄຟຟ້າມືສອງ

        • ຄອມພິວເຕີ / ໂນດບຸກ;

        • ໂທລະສັບ ຫລື ໂທລະສັບມືຖືທຸກປະເພດ;

        • ເຄື່ອງປຣິນເຕີ;

        • ເຄື່ອງແອ;

        • ຕູ້ເຢັນ/ຕູ້ແຊ່;

        • ເຕົາອົບ;

        • ເຄື່ອງຊັກຜ້າ;

        • ຕູ້ນໍ້າຮ້ອນນໍ້າເຢັນ.

    3. Hero ຈະຕ້ອງມີພັນທະ ແລະ ຄວາມຮັບຜິດຊອບໃນການຊົດເຊີຍຄວາມເສຍຫາຍທີ່ລູກຄ້າຮຽກຮ້ອງ ຫາກລາຍການທີ່ບໍລິການຂົນສົ່ງ ບໍ່ໄດ້ຢູ່ໃນຂໍ້ ① ຫຼື ② ຂ້າງເທິງ.

  5. ອັບເດດລ່າສຸດ: ວັນທີ 25 ເມສາ 2024